본문 바로가기
[동식물, 사람]/과일

막왜오(ໝາກແງວ), 막커랜(ໝາກຄໍແລນ), Nephelium hypoleucum Kurz

by Dr.Sombuun 2022. 6. 29.

- 이름: 막응왜오(ໝາກແງວ) 혹은 막커랜(ໝາກຄໍແລນ)

- 약의 용도: 구충제

- 방법: 씨를 빻아서 야자수 열매와 함께 복용

 

ການນຳໃຊ້ : ອາຫານ / ສີນຄ້າ / ພືດເປັນຢາ

ຊື່ວິທະຍາສາດ / ຕະກຸນ:  Nephelium hypoleucum Kurz / SAPINDACEAE
ຊື່ພ້ອງ
ຊື່ອື່ນ
 - ລາວ: ຕົ້ນໝາກຄໍແລນ, ໝາກແງວ
 - ໄທ: ຄໍແລນ, ຄໍລັງ, ມະແງວ, ມະເເງະ, ບັກແງວ, ໝັກແງວ, ໝາກແງວ, ລິ່ນຈີປ່າ

 

ບັນຍາຍລັກສະນະພືດສາດ
ຕົ້ນໝາກຄໍແລນເປັນໄມ້ຢືນຕົ້ນຂະໝາດກາງ ເປັນໄມ້ປ່ຽນໃບ, ສູງ 10-20 ມ. ລໍາຕົ້ນຕັ້ງຊື່, ເປືອກລຽບສີນໍ້າຕານ ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ ມີ 3-10 ໃບ, ແຜ່ນໃບຮູບຂອບຂະໜານ, ຍາວ 10-20 ຊມ, ກ້ວາງ 3-8 ຊມ, ໂຄນໃບມົນ ຫຼື ບ່ຽວ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບສີຂຽວໝາກ້ຽງ. ດອກອອກແບບແຍກຂະແໝງອອກຢູ່ປາຍກິ່ງ, ດອກສີຂາວ, ໂຄນກີບຮອງດອກຈະຕິດກັນເປັນຮູບຖ້ວຍປາກກ້ວາງ, ປາຍແຍກເປັນ 5 ແສກ, ກີບດອກແມ່ບໍ່ມີ, ມີເກສອນຜູ້ 5 ອັນ, ມີເຕົ້າໄຂ່ກົມ ແລະ ມີຂົນປົກຄຸມ. ໝາກຮູບຮີ,  ເສັ້ນຜ່າສູນກາງກ້ວາງ 1.5-2 ຊມ, ຍາວ 2.5-3 ຊມ, ເປືອກເປັນຕູບ, ໝາກອ່ອນຈະເປັນສີຂຽວ, ໝາກແກ່ຈະອອກເປັນສີແດງເຂັ້ມ ໝາກມີແກ່ນ 1 ແກ່ນ ແລະ ມີເນື້ອເຍື່ອໃສໆ ແລະ ນໍ້າຫຸົ້ມແກ່ນຢູ່. ໃນປະຈຸບັນຕົ້ນໝາກຄໍແລນເປັນໝາກໄມ້ທີ່ຫາກິນໄດ້ຍາກເພາະມັນໃກ້ຈະສູນພັນ ເພາະບໍ່ຄ່ອຍມີຄົນປູກ.

ບັນຍາຍການນຳໃຊ້
ໝາກສຸກມີລົດຊາດສົ້ມຫວານ. ກິນເປັນໝາກໄມ້ ແລະ ໝາກສົ້ມກັບແຈ່ວ. ຍັງຊວ່ຍການສ້າງອູນຫະພູມຄຸ້ມກັນ,  ຕ້ານນຸມູນອິສະລະ, ຊຸ່ມຄໍ, ເພີ່ມພະລັງງານ, ຄອບຄຸມລະດັບນໍ້າຕານໃນເລືອດ, ເບົາຫວານ, ຍ່ອຍອາຫານ, ຢາລະບາຍ, ຕົ້ນໝາກຄໍແລນເປັນໄມ້ເນື້ອໝຽວ ແຂງ ລະອຽດ ສາມາດນໍາໄປໃຊ້ເຄື່ອງມືອຸດສາຫະກໍາ ເຮັດຄັນໄຖ ແລະ ອື່ນໆ.

체온유지, 산화방지(ຕ້ານນຸມູນອິສະລະ ???) 목을 습윤하게 함, 기력을 증진, 혈액 속 당의 함량 관리, 당뇨, 소화, 약의 배출

ເອກະສານອ້າງອີງ / ການອ້າງອີງ
ປທ. ສົມສະນິດ ບົວມະນີວົງ, ປທ. ທັດສະພອນ ພະໄຊສົມບັດ ແລະ ປຕ. ພູທົງ ໂພທິສັດ, 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). (33), ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
Binayak Chakraborty, D.S. Mishra,B N Hazarika, T K Hazarika, S.N.Ghosh, 2018, RAMBUTAN (Nephelium lapspaceum), CHAPTER
Dy Phon, P. 2000. Dictionnaire des plantes utilisées au Cambodge: 1-915. chez l'auteur, Phnom Penh, Cambodia.
ewman, M., Ketphanh, S., Svengsuksa, B., Thomas, P., Sengdala, K., Lamxay, V. & Armstrong, K. 2007. A checklist of the vascular plants of Lao PDR: 1-394. Royal Botanic Gardens, Edinburgh.

 

ຜູ້ຮ່ວມມືໃນການສ້າງ
ເດືອນເພັງ ສີຫາລາດ ແລະ ແກ້ວອຸດອນ ສຸວັນນະກູມມານ

 

 

https://www.phakhaolao.la/kb/0000457?q=%E0%BB%9D%E0%BA%B2%E0%BA%81%E0%BB%81%E0%BA%87%E0%BA%A7&p=search 

 

ຕົ້ນໝາກຄໍແລນ / Korlan

Pha Khao Laos is Lao PDR's first online and interactive agrobiodiversity platform

www.phakhaolao.la

 

2022.04.19 맥응왜오. 넝땡
2022.04.19 맥응왜오. 넝땡
2022.04.19 맥응왜오. 넝땡. 익으면 빨갛게 변한다.
2022.04.19 맥응왜오. 넝땡
2022.04.19 맥응왜오. 넝땡
2022.04.19 맥응왜오. 넝땡
2022.04.19 맥응왜오. 넝땡

 

댓글