본문 바로가기
[장소,관광명소,식당]/루앙파방

푸씨산(ພະທາດພູສີ)

by Dr.Sombuun 2022. 12. 31.

푸씨 산(ພະທາດພູສີ): 영어로는 Mount Phou Si 혹은 Mount Phu Si 라고 쓴다.

이 곳은 아누룻왕(ພະເຈົ້າອະນຸຣຸດ)왕에 의해 1804년에 건축되었다. 이후 1914년에 재건축 되었고, 1936년에 추가 건축되어 328개의 개단이 추가 되었다. 

 

루앙파방 도시의 가운데 위치한 100미터(328 ft) 높이의 언덕 위에 위치한다. 구 시가지 반도(the old town peninsula)의 심장과 같은 위치에 있다. 이 반도의 한 쪽은 메콩강(ສາຍນໍ້າຂອງ, Mekong River)과, 또 다른 한 쪽은 남칸강(ສາຍນໍ້າຄານ, Nam Khan River)과 접하고 있다. 

 

328개의 계단을 올라가면 정상의 전망대에 올라갈 수 있다. 언덕 중간쯤 올라가면 남칸이 내려다보이는 곳에 불교 사원인 왓탐푸시(Wat Tham Phou Si)가 있다. 언덕 정상에는 마을과 주변 시골이 내려다보이는 파탓 쩜씨(ພະທາດຈອມສີ, Wat Chom Si)가 있는데, 이는 불교 사원이자 루앙프라방의 관광 명소이기도 하다.

 

여기서는 주로 일몰을 감상하러 올라간다. 

보통 오전 8시부터 오후 5시까지 입장료를 받지만, 일몰을 감상하려고 오는 관광객들이 많아서 늦게도 입장료는 받는다. 

입장료는 2018년 7월 기준으로 라오인은 10,000킵이고 외국인은 20,000킵이다.

 

https://en.wikipedia.org/wiki/Phou_Si

 

Phou Si - Wikipedia

The gilded stupa of Wat Chom Si on the summit of Mount Phou Si. Mount Phou Si, also written Mount Phu Si, is a 100 m (328 ft) high hill in the centre of the old town of Luang Prabang[1] in Laos. It lies in the heart of the old town peninsula and is borde

en.wikipedia.org

 


2022.12.28 푸씨싼. 올라가는 모습
2022.12.28 푸씨싼. 꼭대기에 있는 탓 쩜씨
2022.12.28 푸씨싼. 일몰
2022.12.28 푸씨싼. 마을을 본 전경
2022.12.28 푸씨싼. 사진을 찍는 핫스팟
2022.12.28 푸씨싼. 일몰 전경

https://youtu.be/NnitGOjSypM

2022.12.28 푸씨싼. 해 넘어가는 동영상

 

2022.12.28 푸씨싼. 해가 넘어간 모습. 오후 5:33

 


2011.03.05 푸씨산 일몰. 오후 6시경
2011.03.05 푸씨산 일몰. 오후 6시경

 

 


푸씨산에 대한 내용

https://muan.sanook.com/30779/

 

ຮູ້ໄວ້ໄດ້ປະໂຫຍດ ປະຫວັດຄວາມເປັນມາຂອງ ພະທາດພູສ

ແຕ່ເດີມ ວັດນີ້ສ້າງຂຶ້ນໂດຍ ພະເຈົ້າອະນຸຣຸດ ໃນປີ 1804. ຫຼັງຈາກນັ້ນໃນປີ 1914 ໄດ້ມີການບູລະນະສ້ອມແປງວັ

muan.sanook.com

ແຕ່ເດີມ ວັດນີ້ສ້າງຂຶ້ນໂດຍ ພະເຈົ້າອະນຸຣຸດ ໃນປີ 1804. ຫຼັງຈາກນັ້ນໃນປີ 1914 ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດ, ຕໍ່ມາແນ່ນປີ 1936  ເຊິ່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງນັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ. 

 

ພະທາດພູສີ ແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທິງຈອມພູ ອົງພະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ ມີໃບເສມາຍອດດອກບົວປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນ ປະດັບດ້ວຍເສກກະສັດທີ່ເຮັດດ້ວຍທອງເຈັກຂັ້ນສີ່ອັນ. ຕັ້ງແຕ່ຕີນຮອດຈອມທາດ ແທກໄດ້ 21 ແມັດ, ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດ ເຮັດໃຫ້ສາມາດຫຼຽວເຫັນທັດສະນີຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫຼວງພະບາງ. ເປັນສະຖານທີ່ຊົມວິວທິວທັດຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມູມຂອງຫຼວງພະບາງ. ນອກນັ້ນ, ຍັງສມາດເຫັນທິວທັດທຳມະຊາດຈຸດໄຫຼພົບຂອງສາຍນໍ້າຂອງ ແລະ ສາຍນໍ້າຄານ. ນອກນັ້ນ, ຍັງເປັນສະຖານທີ່ຊົມຕາເວັນຕົກດິນທີ່ສງຍງາມ ເຊຶ່ງບໍ່ມີແຫ່ງໃດຈະທຽບໄດ້, ກຸ້ມຄ່າແທ້ກັບການທີ່ຕ້ອງຍ່າງຂຶ້ນໄປຕາມຂັ້ນໄດສູງຊັນເຖິງ 328 ຂັ້ນ. 

 

ພະທາດພູສີ ເມືອງຫຼວງພະບາງ ມີການເລົ່າກັນມາວ່າມີພະລືສີ ແລະ ໂຍທິກະລືສີ 2 ພີ່ນ້ອງ ໄດ້ມາຕັ້ງຫຼັກບ້ານຫຼັກເມືອງ ແລ້ວ ປະດິດສະຖານພະພຸດທະບາດ ໄວ້ທີ່ຈອມພູສີເພື່ອໃຫ້ຜູ້ມີບຸນອັນເປັນກະສັດຕີຄໍ້າຊູພະສາສະໜາພະໂຄຕະມະເຈົ້າ ເມື່ອກະສັດຕີຍັກສານັນທາມາຢູ່ ຈຶ່ງປະກົດຊື່ໄວ້ວ່າ; ພູນັນທະກາງຣີສີສັດຕະນາກ ເອົາຊື່ ພະຍາຍັກນັນທາ ນາງກາງຮີ ທິດາ ແລະ ນາກມາໃສ່, ເມື່ອພະຍາຍັກນັນທາສິ້ນພະຊົນແລ້ວ ກໍ່ຍັງມີຜີຍັກຢູ່ຮັກສາຫຼັກເມືອງນີ້ເຊິ່ງ ທິດເພົ້າ (ທີ່ເຄີຍບວດເປັນພະພິກຂູຢູ່ວັດຫໍສ່ຽງ) ເປັນຄົນຕີກອງຍາມ ກໍ່ເຄີຍເຫັນໃນເວລາຕີກອງທ່ຽງໝົດບາດຄ້ອນຂອງວັນບຸນ ແຮມ 15 ຄໍ່າເດືອນ 7 ປີກາບສະງ້າ ຈ.ສ 1316. 

 

ພະເຈດີນີ້ໃຫຍ່ກ້ວາງຍາວ 10 ແມັດ 55 ຊັງຕີແມັດ ຕະລາງຫຼ່ຽມ ແລະ ສູງ 21 ແມັດ ພູສີສູງປະມານ 150 ແມັດ. ຈາລຶກນີ້ ເຈົ້າກົມຂຸນດວງຈັນ ອະທິບໍດີທຳມະການຫໍສະໜາມຫຼວງກ່າຍອອກຈາກແຜ່ນສິລາ ພະທາດຈອມສີ ທີ່ໄດ້ມ້າງ ແລະ ສ້ອມແຊມຂຶ້ນໃໝ່ ເມື່ອວັນຈັນ ເດືອນ 7 ຂຶ້ນ 15 ຄໍ່າ ປິກາຍຍີ ຈ.ສ 1276 ກົງກັບວັນທິ 7 ມີຖຸນາ ປີ ຄ.ສ 1914. ພູສີເປັນພູທີ່ຕັ້ງຢູ່ໃຈກາງເມືອງ ເປັນພູທີ່ສວຍສົດງົດງາມ ທາງທິດຕາເວັນອອກຕິດກັບຝັ່ງແມ່ນນໍ້າຂອງ ບ້ານວິຊຸນ ເຊິ່ງສະໄໝບູຮານເອີ້ນວ່າ: ທົ່ງເຂົ້າຈ້າວ, ເບື້ອງຕາເວັນຕົກຕິດກັບພະລາຊະວັງເກົ່າຂອງພະເຈົ້າມະຫາຊີວິດ, ແຄມຝັ່ງຂອງທິດເໜືອຕິດກັບວັດແສນ, ວັດຄີສີ ແລະ ວັດປາກຄານ ເບື້ອງທິດໃຕ້ຕິດກັບ ໂຮງແຮມພູສີ, ອາຄານວັດຫໍສ່ຽງ, ວັດທາດນ້ອຍ. 

 

ມີປະເພນີສຳຄັນອີກອັນໜຶ່ງ ຂອງຊາວນະຄອນຫຼວງພະບາງ ທີ່ຕິດພັນກັບພູສີນັ້ນກໍ່ຄືການຕີກອງຢູ່ເທິງຈອມພູສີກອງນີ້ ເພິ່ນຕີເປັນຊົ່ວຍາມຍູຮານ ຄື ຊົ່ວຍາມໜຶ່ງຕີເທື່ອໜຶ່ງ (3 ຊົ່ວໂມງໃດຕີເທື່ອໜຶ່ງ). ປະເພນີຕີກອງຢູ່ເທິງຈາມພູສີຫຼວງພະບາງນີ້ ຜູ້ເຖົ້າຜູ້ແກ່ເລົ່າສືບກັນມາແຕກຕ່າງກັນສ່ວນຫຼາຍແລ້ວ ແມ່ນຈິດຕະສາດກ່ຽວກັບຄວາມເຊື່ອຖື ຄື ປຸກລະດົມໃຫ້ຄົນເຊື່ອຖືໃນສາສະໜາພຸດຢ່າງເຄັ່ງຄັດ. 

 

ພູສີໃນສະໝກ່ອນກໍ່ຄືປັດຈຸບັນ ເປັນສູນກາງວັດທະນະທຳປະເພນີ ແລະ ມິ່ງຂວັນຂອງຊາວນະຄອນຫຼວງພະບາງໂດຍແທ້ ເພິ່ນມີຄຳກ່າວຄິດປາກກັນມາວ່າ: ໄປທ່ອງທ່ຽວນະຄອນຫຼວງພະບາງ ຖ້າບໍ່ໄດ້ຂຶ້ນເບິ່ງພະສີ ຫຼື ວ່າຂຶ້ນໄປໄຫວ້ພະທາດຈອມສີ, ທາດຫຼັກເມືອງກໍ່ເທົ່າກັບວ່າບໍ່ເຫັນຫຼວງພະບາງ ນັ້ນເອງ.

ໂດຍ: ສາຍວາລິນ ບໍລະວົງ

 

 

 

댓글