본문 바로가기
[동식물, 사람]/식물,꽃,나무

모감주 나무 / 막쿤(ໝາກຄູນ) / 똔쿤(ຕົ້ນຄູນ) / Golden Rain Tree

by Dr.Sombuun 2022. 6. 29.

ການນຳໃຊ້
 - ພືດເປັນຢາ
 - ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
 - Cassia fistula L. / Fabaceae.
ຊື່ພ້ອງ
 - Bactyrilobium fistula Willd.
 - Cassia bonplandiana DC.
 - Cassia excelsa Kunth
 - Cassia fistuloides Collad.
 - Cassia rhombifolia Roxb.
 - Cathartocarpus excelsus G.Don
 - Cathartocarpus fistula Pers.
 - Cathartocarpus fistuloides (Collad.) G.Don
 - Cathartocarpus rhombifolius G.Don
ຊື່ອື່ນ
 - ລາວ: ຕົ້ນຄູນ.
 - ໄທ: ກຸເພຍະ ( ກະຫຼ່ຽງ - ການຈະນະບູລີ ), ປູໂຍ, ປືຢູ, ເປີໂຊ, ແມະຫຼ່າຢູ ( ກະຫຼ່ຽງ - ແມ່ຮ່ອງສອນ ), ລັກເກຼືອ, ລັກເຄີຍ ( ກະຫຼ່ຽງ ), ລາດຊະພຶກ, ໄຊຍະພຶກ ( ພາກກາງ ), ລົມແລ້ງ ( ພາກເໜືອ ), ລາດຊະພຶກ ( ພາກໃຕ້ ), ຕົ້ນຄູນ ຊື່ເອີ້ນທົ່ວໄປ.
 
ບັນຍາຍລັກສະນະພືດສາດ / 식물의 특징

ພືດລຳໄມ້ຍາວນານຂະໜາດກາງ, ສູງ 10–15 ແມັດ. ໃບ: ແມ່ນໃບປະສົມ, ປະກອບດ້ວຍບິ້ງ 3–8 ຄູ່, ບິ້ງໃບມີຮູບສ້ວຍປາຍແຫຼມ, ໃບອ່ອນມີຂົນອ່ອນໆ ແລະ ມີສີຂາວເຫຼື້ອມ, ໃບແກ່ກໍ່ມີຂົນແຕ່ໜ້ອຍກວ່າ. ດອກ: ອອກເປັນຮວງ, ຮວງດອກຢ່ອນລົງເປັນຍອຍມີສີເຫຼືອງ, ຍາວ 20–40 ຊັງຕີແມັດ, ແຕ່ລະຮວງບັນຈຸດອກນ້ອຍຈຳນວນຫຼາຍ, ແມ່ນດອກປະເພດ 5 , ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຝັກກົມຍາວ, ລວງຍາວ 20–60 ຊັງຕີແມັດ ແລະ ມີເສັ້ນຜ່າກາງ 1.5–2 ຊັງຕີແມັດ, ເວລາແກ່ໝາກອອກສີດຳ. ໝາກບັນຈຸເມັດຈຳນວນຫຼາຍ, ເມັດມີຂະໜາດ 0.5–1 ຊັງຕີແມັດ, ມີຮູບສ້ວຍ, ແປ, ເປືອກຂອງເມັດອອກສີກະເບົາ ແລະ ມີຮອຍຍູຍີ່ເປັນບາງບ່ອນ, ມີແຜ່ນບາງໆຂັ້ນແຕ່ລະເມັດ. ຕົ້ນຄູນເປັນຕົ້ນໄມ້ພື້ນບ້ານ, ເກີດທົ່ວໄປ. ລະດູອອກດອກແມ່ນແຕ່ເດືອນ ມີນາ ຫາເດືອນມິຖຸນາ.

- 높이 10~15m의 중형 낙엽교목. 

- 잎: 잎은 겹잎으로 3~8쌍의 소엽으로 이루어지며 소엽은 타원형이고 끝이 뾰족하며 어린 잎은 사춘기에 광택이 나는 흰색이며 오래된 잎은 털이 있으나 가늘다. 

- 꽃: 20~40cm 길이의 노란색 여러 개의 작은 꽃이 핀다.  5종류가 있다, 단성 및 양성.

-  열매: 길이 20~60cm, 지름 1.5~2cm의 건조하고 길쭉하며, 성숙되면 검은색으로 변합니다. 열매 안에는 씨가 많이 들어있다. 씨는 직경 0.5~1cm로 타원형이고 편평하며 껍질은 연한 갈색이며 약간 주름이 있으며 각 층에 얇은 층이 있다.

- 쿤 나무는 일반적인 토착 나무다.

- 개화시기: 3월~6월.

 
ບັນຍາຍການນຳໃຊ້ / 사용법

ສານສະກັດຈາກລຳຕົ້ນ ແລະ ໃບຂອງຕົ້ນຄູນຊ່ວຍຕໍ່ຕ້ານອະນູມູນອິດສະຫຼະ, ສານສະກັດຈາກເມັດມີລິດຊ່ວຍຫຼຸດລະດັບຄໍເລດເຕີລໍ, ຝັກໝາກຄູນມີສັບພະຄຸນທາງຢາແກ້ໄຂ້ມາເລເຣຍ, ໃບອ່ອນຊ່ວຍແກ້ໄຂ້ຣູມາຕິກໂດຍການນຳມາຕົ້ມກັບນ້ຳດື່ມ, ຝັກອ່ອນມີຣົດຫວານອົມສົ້ມເລັກນ້ອຍ, ມີກິ່ນເໝັກອຽນ, ເຢັນຈັດ ສັບພະຄຸນສາມາດໃຊ້ຂັບຂີ້ກະເຮີະໄດ້, ເປືອກເມັດ ແລະ ເປືອກໝາກມີສັບພະຄຸນຊ່ວຍຖອນພິດ, ເຮັດໃຫ້ອາຈຽນ ຫຼື ຈະໃຊ້ເມັດປະມານ 5 – 6 ເມັດນຳມາບົດເປັນຜົງແລ້ວຮັບປະທານ. ໝາກແກ່ໃຊ້ເປັນຢາລະບາຍຊ່ວຍໃນການຂັບຖ່າຍເຮັດໃຫ້ຖ່າຍສະດວກບໍ່ມວນທ້ອງ, ແກ້ອາການຜູກທ້ອງ ເໝາະສຳລັບຜູ້ທີ່ມີອາການຜູກທ້ອງ ແລະ ສະຕີມີຄັນ ເພາະມີສານແອນທຣາຄີວໂນນ (Anthraquinone glycoside)  ເປັນຕົວຊ່ວຍລະບາຍ. ສຳລັບວິທີການໃຊ້ໃຫ້ໃຊ້ໝາກແກ່ຂະໜາດກ້ອນເທົ່າຫົວໂປ້ມື ( ໜັກປະມານ 4 ກຼາມ ) ແລະ ນ້ຳອີກ 1 ຖ້ວຍແກ້ວໃສ່ໝໍ້ຕົ້ມແລ້ວປະສົມເກືອເລັກນ້ອຍໃຊ້ດື່ມກ່ອນອາຫານເຊົ້າ ຫຼື ຊ່ວງກ່ອນນອນພຽງຄັ້ງດຽວ ( ໝາກແກ່, ດອກ, ເນື້ອໃນໝາກ, ຮາກ ແລະ ແກ່ນ ). ໃບ: ຕົ້ມດື່ມເປັນຢາລະບາຍ, ດອກໃຊ້ແກ້ໄຂ້, ເປັນຢາລະບາຍ, ຮັກສາແຜຊ້ຳເຮື້ອ, ເນື້ອໃນຝັກແກ້ລົມແໜ້ນໜ້າເອິກ, ຮາກຝົນທາຮັກສາຂີ້ກາກ, ຮາກ ແລະ ແກ່ນເປັນຢາຂັບພະຍາ, ຕ້ານເຊື້ອແບັກທີເຣຍ, ເຊື້ອຣາ ແລະ ໄວຣິສ ຢັບຢັ້ງການກໍ່ກາຍພັນ.

줄기와 잎의 추출물은 ຕໍ່ຕ້ານອະນູມູນອິດສະຫຼະ하는데 도움이 된다. 씨앗 추출물은 콜레스테롤의 수치를 낮추는데 도움을 준다. 열매의 껍질(ຝັກໝາກ)은 말라리아를 치료하는데 쓰인다. 부드러운 잎은 물과 함께 끓여서 마시면 류마티스를 치료하는데 도움을 준다. 부드러운 껍질은 달고 신 맛이 나며, 맥이안(ເໝັກອຽນ) 냄새가 난다. 찬 성질이 있어서 가래를 배출하는데 사용한다. 씨의 껍질과 열매의 껍질은, 씨 5~6개를 갈아서 가루로 만들어 먹으면 독을 빼내고, 구토를 조절하는 특성이 있다. 오래된 열매는 배출의 용도로 사용하는데, 분변을 배출에 도움을 주어 변비의 증상을 개선하는데 사용된다. 따라서 변비가 있는 사람이나, 임신한 여성(ສະຕີມີຄັນ. 임신? 분만?)에게 사용된다. 여기에는 배출을 도와주는 안트라퀴논 배당체(Anthraquinone glycoside)가 함유되어 있기 때문이다. 

사용방법은, 오래된 열매 엄지 한마디 양(무게로 치면 4g)과  물 한 접시를 솥에 넣고 끌여서 소금을 조금 넣어, 아침이나 자기 전에 하루 한 번 마신다. (오래된 열매, 꽃, 열매의 실질부위, 뿌리, 씨앗 동일)

잎은 배출에 도움을 주며, 꽃은 열을 내리고 배출과 오래된 상처를 치료하는데 도움을 준다. 껍질의 안쪽 실질부분(ເນື້ອໃນຝັກແກ້) 가슴이 답답한 것을 다소 해결해 준다. 뿌리는 뿌리거나 발라주면 백선증(ຂີ້ກາກ)을 관리하는데 도움이 된다. 뿌리와 씨(ຮາກ ແລະ ແກ່ນ)은 세균, 곰팡이, 바이러스 등의 질병을 억제하는 약으로 쓰인다. 

 

ເອກະສານອ້າງອີງ / ການອ້າງອີງ

1. ສີສຸວັນ ກ. ພິນິດ, ບົວໄຂຄອນ ສະແຫວງສຶກສາ ແລະ ສີສຸພັນ ຫຼວງລາດ. 1995. ປື້ມຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ. ໜ້າ 33-34.
2. ຈຳລອງ ເພັງຄລ້າຍ ແລະ ໝູ່ຄະນະ, ກ້າວໄປສູ່ສະໝຸນໄພ.
3. ພຼະມະຫາ ຈະລຸນ ວະຊິລະລັງສີ ແລະ ຈັນມີ ສິດທິມະໂນທຳ. 1985. ຕຳລາແພດສາດພື້ນເມືອງລາວ, ສະພາວິທະຍາສາດ ແລະ ເຕັກນິກ ແຫ່ງລັດ.
4. ກຽດຕິກະເສດ ການຈະນະພິສຸດ ແລະ ຄະນະ ( 1988 )
5. BAILEY, L.H. 1961. Manual of cultivated plant the Macmillian Company, New – York
6. Biology teaching Group. 1982. Some Common Flora and Fauna in Thailand Institute for promotion of teaching Science and Technology.
7. DELAVEAU, P. et al. 1985. Secrets et vertus des planted m’edicinales. S’election du Reader’s Digest, Paris.
8. DHAVADEE PONGLUX, et al. 1987. Medicinal Plants, Victory Power Piont Crop. Thaland.
9. Des ABBAYES, H. et al. 1963. Botaniqe, Anatomie, Cycle e’volutif syste’matique, Masson et Cie, paris.
 
 
ຜູ້ຮ່ວມມືໃນການສ້າງ
ຮຽບຮຽງ: ສຸລິວົງ ກອງມະນີວົງ; ກວດແກ້: ແກ້ວອຸດອນ ສຸວັນນະກູມມານ
 
 
2022.05.17 막쿤, 넝땡
 

2022.05.17 막쿤, 넝땡
2022.05.17 막쿤, 넝땡

 

 

 

 

https://www.xn--3f5b.net/medicine-ko/licorice-cassia-fistula

 

Licorice / Cassia Fistula in Korean - 생성물 - TabletWise.com

Licorice / Cassia Fistula는 습진, 가슴 앓이, 위궤양 및 기타 증상의 치료로 사용해야합니다.

www.xn--3f5b.net

 

https://m.blog.naver.com/PostView.naver?isHttpsRedirect=true&blogId=ehdyto02&logNo=221779816789 

 

번사엽(番瀉葉) 효능 (1310)

번사엽(番瀉葉) 효능 (1310) 본초명 번사엽(番瀉葉)은 콩과(豆科) 첨엽번사(센나)의 잎으로서 도체(導滯), ...

blog.naver.com

 

댓글