본문 바로가기
ASEAN

ເປົ້າໝາຍ ແລະ ຄວາມເປັນມາຂອງອາຊຽນ (1)

by Dr.Sombuun 2024. 9. 16.

1. ຄວາມເປັນມາຂອງອາຊຽນ ASEAN의 역사

ອາຂຽນ ຄື ສະມາຄົມປະຊາຊາດ ແຫ່ງອາຊິຕາເວັນອອກສຽງໃຕ້ (Association of Southeast Asian Nations ຫຼື ASEAN) ເປັນອົງການຮ່ວມມືລະຫວ່າງປະເທດລະດັບພາກພື້ນອາຊີຕາເວັນອອກສຽງໃຕ້ທີ່ມີຈຳນວນສະມາຊິກທັງໝົດ 10 ປະເທດໄດ້ແກ່: ລາວ, ບຣຸໄນ, ກຳປູເຈຍ, ອິນໂອເນເຊຍ, ມາເລເຊຍ, ມຽນມາ, ພິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ASEAN은 아세안이라고도 불리며, 동남아시아 국가 연합의 약자입니다. 동남아시아 지역 10개국이 모여 만든 지역 협력 기구입니다. 10개 회원국은 라오스, 브루나이, 캄보디아, 인도네시아, 말레이시아, 미얀마, 필리핀, 싱가포르, 태국, 베트남입니다.

 

ຈູດເລິ່ມຕົ້ນຄື: ອາສາ ຫຼື (ASA) ຄືບັນດາປະເທດທັງສາມທີ່ເອີ້ນວ່າ: ປະເທດໄທ, ມາເລເຊຍ ແລະ ພິລິບປິນ ໄດ້ເຂົ້າຮ່ວມຈັດຕັ້ງສະມາຄົມອາສາຂຶ້ນ(Association of Southeast Asia) ໃນເດືອນກຊລະກົດ 1961 ເພື່ອການຮ່ວມມືກັນທາງເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງແຕ່ 2 ປີ ກໍຕ້ອງຢຸດຕິລົງ ເນື່ອງຈາກຄວາມວຸ່ມວາຍທາງດ້ານການເມືອງລະຫວ່າງອິນໂດເນເຊຍ ແລະ ມາເລເຊຍ. ASEAN의 시작은 ASA라고 불리는 아세아 연합이었습니다. 태국, 말레이시아, 필리핀 3개국이 1961년 7월에 경제, 사회, 문화 분야에서 협력하기 위해 설립했지만, 인도네시아와 말레이시아 사이의 정치적 불안으로 2년 만에 해체되었습니다.

 

ຮູບຂອງຄະນະຜູ້ແທນ ທັງ 5 ປະເທດ ເຂົ້າຮ່ວມປະຊຸມເພື່ອສ້າງຕັ້ງປະຊາຄົມອາຊຽນທີ່ບາງກອກ 8 ສິງຫາ 1967

ຜູ້ແທນທັງ 5 ປະເທດທີ່ເຂົ້າຮ່ວມລົງນາມໃນ ຖະແຫຼງການບາງກອກ ປະກອບມີດັ່ງລຸ່ມນີ້: 

  • ພະນະທ່ານ ອາດຳ ມາລິກ: ລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ
  • ພະນະທ່ານ ຕຸນ ອັບດຸນ ຣາຊັກ ບິນຮຸນເຊນ: ຮອງນາຍົກລັດຖະມົນຕີ ລັດຖະມົນຕີປ້ອງກັນຄວາມສະຫງົບ ແລະ ລັດຖະມົນຕີກະຊວງພັດທະນາການແຫ່ງຊາດມາເລເຊຍ
  • ພະນະທ່ານ ນາຊິໂຊ ຣາມອດສ໌ : ລັດຖະມົນຕີຕ່າງປະເທດພິລິບປີນ
  • ພະນະທ່ານ ເອດສ໌ ຣາຊາຣັດນຳ: ລັດຖະມົນຕີຕ່າງປະເທດສິງກະໂປ
  • ພະນະທ່ານ ພັນເອກຖະນັດ: ຄໍມັນລັດຖະມົນຕີຕ່າງປະເທດໄທ  

ຈົນເມື່ອມີການພື້ນຟູຄວາມສຳພັນກັນລະຫວ່າງປະເທດຂຶ້ນ, ຈື່ງໄດ້ມີການສະແຫວງຫາແນວທາງສ້າງຕັ້ງອົງການຄວາມຮ່ວມມືທາງເສດຖະກິດຂຶ້ນໃນພາກພື້ນ ເພື່ອເສີມສ້າງຄວາມເຂົ້າໃຈອັນດີຕໍ່ກັນລະຫວ່າງປະເທດ ໃນພາກພື້ນຍັງຄົງໄວ້ເຊິ່ງສັນຕິພາບ, ສະຖຽນລະພາລບ ແລະ ວັດທະນະທຳ, ການກິນດີຢູ່ດີ, ສ້າງຄວາມຈະເລີນທາງດ້ານເສດຖະກິດ-ການພັດທະນາສັງຄົມ. ປົນພື້ນຖານຂອງຄວາມສະເໜີພາບ ແລະ ຜົນປະໂຫຍດຮ່ວມກັນຂອງປະເທດສະມາຊິກ. 

 

ໃນວັນທີ 8 ເດືອນ ສິງຫາ 1967 ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນຫຼັງຈາກການລົງນາມໃນຖະແຫຼງການສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ຮ່ວມກັນ (Declaration of ASEAN concord) ຫຼື ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າ: ຖະແຫຼງການບາງກອກ (The Bangkok Declaration) ປະກອບມີ ສະມາຊິກຢູ່ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ພິລິບປີນ, ສິງກະໂປ ແລະ ໄທ. 

 

ຫຼັງຈາກໄດ້ສ້າງຕັ້ງອາຊຽນຂຶ້ນໃນວັນທີ 8 ເດືອນ ສິງຫາ 1967 ແລ້ວ, ອາຊຽນໄດ້ເປີດຮັບສະມາຊິກໃໝ່ ຈາກປະເທດໃນພາກພື້ນອາຊິຕາເວັນອອກສຽງໃຕ້ເພີ່ມເຕີມເປັນໄລຍະຕາມລຳດັບດັ່ງນີ້: 

 

방콕 선언과 ASEAN 설립

방콕 선언과 초기 회원국

1967년 8월 8일, 인도네시아, 말레이시아, 필리핀, 싱가포르, 태국 5개국은 방콕 선언에 서명하고 **동남아시아 국가 연합(ASEAN)**을 설립했습니다.

방콕 선언 서명 대표:

  • 아담 말릭: 인도네시아 외무장관
  • 툰 압둘 라작 빈 후세인: 말레이시아 부총리 겸 국방부 장관 겸 국가개발부 장관
  • 나시소 라모스: 필리핀 외무장관
  • 에드워드 라자라트남: 싱가포르 외무장관
  • 타난 차트 차이: 태국 외무부 차관

 

ASEAN 설립 배경

이들 국가는 지역 내 정치적 안정을 확보하고 경제 협력을 강화하기 위해 ASEAN을 설립했습니다. 특히, 동남아시아 지역의 평화와 안정, 번영을 도모하고 회원국 간의 상호 이해와 협력을 증진시키는 것을 목표로 삼았습니다.

ASEAN 확장

ASEAN은 설립 이후 브루나이, 캄보디아, 라오스, 미얀마, 베트남 등 동남아시아 다른 국가들을 순차적으로 회원국으로 받아들여 현재 10개 회원국으로 구성된 지역 협력체로 성장했습니다.

 

ຊື່ປະເທດ ວັນທີ ເດືອນ ປີ ເຂົ້າເປັນສະມາຊິກ
ບຣຸໄນ ດາຣຸຊະລາມ 7 ມັງກອນ 1984
ສາທາລະນະລັດສັງຄົມຍົມຫວຽດນາມ 28 ກຳລະກົດ 1995
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 23 ກຳລະກົດ 1997
ສະຫະພາບມຽນມາ 23 ກຳລະກົດ 1997
ຣາຊະອານາຈັກກຳປູເຈຍ 30 ເມສາ 1999

 

ປັດຈຸບັນອາຊຽນມີສະມາຊິກທັງໝົດ 10 ປະເທດ ແລະ ສະພາບການໃນອາຊິຕາເວັນອອກສຽງໃຕ້ໄດ້ປ່ຽນຈາກສະພາບເຄັ່ງຕຶງ ແລະ ການປະເຊີນໜ້າໃນຍຸກສົງຕາມເຢັນມາສູ່ການຮ່ວມມືເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນປັດຈຸບັນ ເຊິ່ງເຮັດໃຫ້ອາຊຽນກາຍເປັນພາກພື້ນທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງໄວວາ ແລະ ເປັນຕົວຢ່າງຂອງການລວມຕົວຂອງກຸ່ມປະເທດທີ່ມີບົດບາດໃນເວທີການເມືອງ ແລະ ເສດຖະກິດລະຫວ່າງປະເທດ. ຄວາມກ້າວໜ້າຂອງອາຊຽນມີປັດໃຈສຳຄັນຈາກຄວາມໄວ້ວາງໃຈກັນລະຫວ່າງສະມາຊິກທີ່ກໍ່ໃຫ້ເກີດບັນຍາກາດທີ່ສ້າງສັນ ແລະ ເອື້ອນເພື້ອເຜື່ອແຜ່ຕໍ່ການຮ່ວມມືລະຫວ່າງກັນ ບໍ່ທັນເທົ່າໃດຜູ້ນຳປະເທດສະມາຊິກອາຊຽນໄດ້ຮ່ວມກັນກຳນົດເປົ້າໝາຍພາຍໃນປີ 2015 (ເຊິ່ງທຳອິດບັນດາຜູ້ນຳໄດ້ມີຂໍ້ຕົກລົງໄວ້ວ່າຈະໃຫ້ບັນລຸຜົນການລວມຕົວໃນປີ 2020) ອາຊຽນສາມາດລວມຕົວກັນເປັນປະຊາຄົມອາຊຽນທີ່ປະກອບດ້ວຍປະຊາຄົມສັງຄົມ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມສັງຄົມ-ວັດທະນະທຳອາຊຽນ. ປະເທດລາວມີໂອກາດເປັນເຈົ້າພາບການປະຊຸມສຸດຍອດຜູ້ນຳອາຊຽນໂດຍຄັ້ງທຳອິດ 29-30 ພະຈິກ ປີ 2004 ທີ່ນະຄອນຫຼວງວຽງຈັນ ເປັນການປະຊຸມສຸດຍອດອາຊຽນຄັ້ງທີ 10 ແລະ ກໍໄດ້ເປັນເຈົ້າພາບໃນສົກປີ 2016. ຜ່ານມາດ້ວຍ. 

 

ການເຂົ້າຮ່ວມເປັນສະມາຊິກອາຊຽນຂອງບັນດາປະເທດສະມາຊິກສະໜັກໃໝ່ເຫຼົ່ານີ້ເຮັດໃຫ້ອາຊຽນມີສະມາຊິກຄົບ 10 ປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ສອດຄ່ອງກັບຖະແຫຼງການອາຊຽນເຊິ່ງໄດ້ລະບຸໄວ້ວ່າ: ອາຊຽນພ້ອມຮັບທຸກປະເທດທີ່ຢູ່ໃນພາກພື້ນອາຊິຕາເວັນອອກສຽງໃຕ້ ທີ່ພ້ອມທີ່ຈະຮັບເປົ້າໝາຍ, ຫຼັກການ ແລະ ຈຸດປະສົງຂອງອົງກອນເປັນສະມາຊິກ. 

 

ພາກພື້ນອາຊຽນໃນປັດຈຸບັນ (ສະຖິຕິໃນປີ 2007) ປະກອບດ້ວຍປະຊາກອນປະມານ 600 ລ້ານຄົນ, ມີພື້ນທີ່ໄດຍລວມ 4.5 ລ້ານກິໂລຕາແມັດ ຜະລິດຕະພັນໂດຍລວມຂອງປະຊາຊາດປະມານ 1,100 ຕື້ ໂດລາ ແລະ ລາຍໄດ້ໂດຍລມຈາກການຄ້າປະມານ 1,400 ຕື້ ໂດລາ ແລະ ກອງເລຂາອາຊຽນ (ASEAN Secretariat) ເປັນຈຸດປະສານງານ ແລະ ອຳນວຍຄວາມສະດວກໃນການດຳເນີນການຕາມນະໂຍບາຍຂອງຜູ້ນຳອາຊຽນໃນດ້ານຕ່າງໆ, ອຳນວຍຄວາມສະດວກການປະຊຸມຂອງອາຊຽນທຸກລະດັບເປັນຝ່າຍເລຂານຸການໃນກອງປະຊຸມອາຊຽນ ແລະ ສະເໜີແນະນຳໂຄງການ ແລະ ກິດຈະກຳຕ່າງໆຂອງອາຊຽນມີສຳນັກງານຕັ້ງຢູ່ທີ່ຈາກາຕາ, ອິນໂດເນເຊຍ. 

 

ASEAN의 성장과 발전

ASEAN의 확대와 지역 협력 강화

현재 ASEAN은 동남아시아 10개국으로 구성된 지역 협력체로 성장했습니다. 과거의 대립과 갈등을 극복하고 평화와 안정, 번영을 위한 협력을 통해 동남아시아는 세계에서 가장 역동적인 경제 지역 중 하나로 자리매김했습니다.

ASEAN 공동체 건설

ASEAN 회원국들은 2015년까지 ASEAN 공동체를 건설하는 목표를 설정하고, 정치·안보 공동체, 경제 공동체, 사회·문화 공동체를 구축하기 위해 노력해왔습니다. 라오스는 2004년과 2016년에 ASEAN 정상회의를 개최하며 공동체 건설에 기여했습니다.

ASEAN의 성장과 영향

ASEAN은 6억 명이 넘는 인구와 450만㎢의 넓은 영토를 가진 거대한 경제 블록으로 성장했습니다. ASEAN은 회원국 간의 자유로운 무역과 투자를 확대하고, 지역 내 연결성을 강화하며, 공동의 번영을 추구하고 있습니다.

ASEAN 사무국

ASEAN 사무국은 인도네시아 자카르타에 위치하며, ASEAN의 정책 결정을 지원하고, 회원국 간의 협력을 조율하며, ASEAN의 대외 관계를 관리하는 역할을 수행합니다.

댓글